ລະບົບຄຸ້ມຄອງປ້າຍ ແລະ ເກັບຄ່າບໍລິການທັນສະໄໝ

ເປັນລະບົບ ເພື່ອເພີ່ມຄວາມສະດວກສະບາຍໃນການ ຂໍຜ່ານເນື້ອໃນປ້າຍ
ຜ່ານຊ່ອງທາງອອນລາຍ ໃຫ້ແກ່ບັນດາ ຜູ້ໃຫ້ບໍລິການໃຫ້ເຊົ່າພື້ນທີ່ໂຄສະນາ ແລະ
ຜູ້ປະກອບການທົ່ວໄປ ພ້ອມກັນນັ້ນ, ຍັງສາມາດບໍລິຫານຈັດການໄດ້ງ່າຍຂຶ້ນ.

HomeHeaderIcon
ວິທີຂໍຜ່ານເນື້ອໃນປ້າຍ

ຄໍາແນະນໍາ

ການຂໍອະນຸຍາດດຳເນີນທຸລະກິດກ່ຽວກັບປ້າຍ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຂໍອະນຸຍາດດຳເນີນທຸລະກິດກ່ຽວກັບປ້າຍ ຕ້ອງມີໃບທະບຽນວິສະຫະກິດ ຈາກຂະແໜງອຸສະຫະກຳ ແລະ ການຄ້າ ແລ້ວຈຶ່ງມາຂໍອະນຸຍາດ ນຳຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ການຍື່ນຄຳຮ້ອງຂໍອະນຸຍາດອອກປ້າຍ
ການຍື່ນຄຳຮ້ອງຂໍອະນຸຍາດອອກປ້າຍໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ, ຢາສູບ ຕ້ອງໄດ້ຮັບການຢັ້ງຢືນ, ເຫັນດີ ຈາກຂະແໜງສາທາລະນະສຸກ ກ່ອນ ຈຶ່ງສະເໜີຕໍ່ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອອອກໃບອະນຸຍາດການໂຄສະນາດ້ວຍປ້າຍໄດ້.
ຂະໜາດ ແລະ ການຕິດຕັ້ງປ້າຍ
  • ປ້າຍຂ້າມທາງຕ້ອງມີຂະໜາດບໍ່ເກີດ 100ຊມ ແລະ ທາງຍາວຕາມຄວາມເໝາະສົມກັບທາງກວ້າງ ແລະ ແຄບຂອງທາງ;
  • ປ້າຍໂຄສະນາຂອງພັກ-ລັດ ແລະ ເອກະຊົນຢູ່ໃນເຂດຕົວເມືອງກຳນົດຂະໜາດໃຫຍ່ສຸດບໍ່ໃຫ້ເກີນ 400 x 800 ຊັງຕີແມັດ;
  • ປ້າຍໂຄສະນາຂອງພັກ-ລັດ ແລະ ເອກະຊົນຢູ່ໃນເຂດຊານເມືອງ ຫຼື ນອກເມືອງອອກໄປກຳນົດຂະໜາດໃຫຍ່ສຸດບໍ່ໃຫ້ເກີນ 600 x 1200 ຊັງຕີແມັດ;
  • ປ້າຍໜ້າຮ້ານ, ກຳນົດໃຫຍ່ສຸດບໍ່ໃຫ້ເກີນ 300 x 600 ຊັງຕີແມັດ;
  • ປ້າຍຫ້ອຍເສົາໄຟກຳນົດໃຫຍ່ບໍ່ໃຫ້ເກີນ 60 x 150 ຊັງຕີແມັດ;
  • ຂະໜາດປ້າຍວິສາຫະກິດ, ລັດວິສາຫະກິດ ແມ່ນໃຫ້ປະຕິບັດຕາມລະບຽບການສະເພາະຂອງຂະແໜງອຸດສາຫະກຳ ແລະ ການຄ້າ;
  • ປ້າຍບົ່ງບອກຂອງອົງການຈັດຕັ້ງພັກ-ລັດ ທີ່ໄດ້ຮັບການອຸປະຖຳ ຈາກຫົວໜ່ວຍທຸລະກິດ ບໍ່ໃຫ້ນຳໃຊ້ເຄື່ອງໝາຍສິນຄ້າ (ໂລໂກ) ເຂົ້າໃນປ້າຍ;
  • ປ້າຍສຶກສາອົບຮົມ ຂອງ ອົງການຈັດຕັ້ງ ພາກລັດ ທີ່ໄດ້ຮັບອຸປະຖຳຈາກຫົວໜ່ວຍທຸລະກິດທີ່ມີເຄື່ອງໝາຍການຄ້າ (ໂລໂກ) ໃຫ້ຢູ່ລຸ້ມເບື້ອງຊ້າຍ ຫຼື ຂວາຂອງປ້າຍ ມີຂະໜາດບໍ່ເກີນ 1/4 ຂອງເນື້ອໃນປ້າຍ;
  • ສຳລັບຂະໜາດປ້າຍປະເພດ ໂຄສະນາສິນຄ້າ ແລະ ການບໍລິການ, ປ້າຍເຄື່ອນທີ່, ປ້າຍຕິດໃສ່ອາຄານ ແລະ ປ້າຍເອເລັກໂຕຣນິກ ແມ່ນອີງຕາມລະບຽບການ ຂອງ ຂະແໜງໂຍທາທິການ ແລະ ຂົນສົ່ງ.
ກຳນົດເວລານຳໃຊ້ປ້າຍ

ການກຳນົດໃຊ້ປ້າຍໃຫ້ປະຕິບັດດັ່ງນີ້:

  • ປ້າຍຂ້າມທາງຕ້ອງມີຂະໜາດບໍ່ເກີດ 100ຊມ ແລະ ທາງຍາວຕາມຄວາມເໝາະສົມກັບທາງກວ້າງ ແລະ ແຄບຂອງທາງ;
  • ປ້າຍໂຄສະນາຂອງພັກ-ລັດ ແລະ ເອກະຊົນຢູ່ໃນເຂດຕົວເມືອງກຳນົດຂະໜາດໃຫຍ່ສຸດບໍ່ໃຫ້ເກີນ 400 x 800 ຊັງຕີແມັດ;
  • ປ້າຍໂຄສະນາຂອງພັກ-ລັດ ແລະ ເອກະຊົນຢູ່ໃນເຂດຊານເມືອງ ຫຼື ນອກເມືອງອອກໄປກຳນົດຂະໜາດໃຫຍ່ສຸດບໍ່ໃຫ້ເກີນ 600 x 1200 ຊັງຕີແມັດ;
  • ປ້າຍໜ້າຮ້ານ, ກຳນົດໃຫຍ່ສຸດບໍ່ໃຫ້ເກີນ 300 x 600 ຊັງຕີແມັດ;
  • ປ້າຍຫ້ອຍເສົາໄຟກຳນົດໃຫຍ່ບໍ່ໃຫ້ເກີນ 60 x 150 ຊັງຕີແມັດ;
  • ຂະໜາດປ້າຍວິສາຫະກິດ, ລັດວິສາຫະກິດ ແມ່ນໃຫ້ປະຕິບັດຕາມລະບຽບການສະເພາະຂອງຂະແໜງອຸດສາຫະກຳ ແລະ ການຄ້າ;
  • ປ້າຍບົ່ງບອກຂອງອົງການຈັດຕັ້ງພັກ-ລັດ ທີ່ໄດ້ຮັບການອຸປະຖຳ ຈາກຫົວໜ່ວຍທຸລະກິດ ບໍ່ໃຫ້ນຳໃຊ້ເຄື່ອງໝາຍສິນຄ້າ (ໂລໂກ) ເຂົ້າໃນປ້າຍ;
  • ປ້າຍສຶກສາອົບຮົມ ຂອງ ອົງການຈັດຕັ້ງ ພາກລັດ ທີ່ໄດ້ຮັບອຸປະຖຳຈາກຫົວໜ່ວຍທຸລະກິດທີ່ມີເຄື່ອງໝາຍການຄ້າ (ໂລໂກ) ໃຫ້ຢູ່ລຸ້ມເບື້ອງຊ້າຍ ຫຼື ຂວາຂອງປ້າຍ ມີຂະໜາດບໍ່ເກີນ 1/4 ຂອງເນື້ອໃນປ້າຍ;
  • ສຳລັບຂະໜາດປ້າຍປະເພດ ໂຄສະນາສິນຄ້າ ແລະ ການບໍລິການ, ປ້າຍເຄື່ອນທີ່, ປ້າຍຕິດໃສ່ອາຄານ ແລະ ປ້າຍເອເລັກໂຕຣນິກ ແມ່ນອີງຕາມລະບຽບການ ຂອງ ຂະແໜງໂຍທາທິການ ແລະ ຂົນສົ່ງ.
ຂໍ້ຫ້າມທົ່ວໄປ
ນອກຈາກ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນມາດຕາ ນີ້ແລ້ວ ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງນຳໃຊ້ ກາໝາຍຊາຍ, ທຸງພັກ, ທຸງຊາດ ທີ່ສະແດງເຖິງການແຕະຕ້ອງ ຄວາມໝັ້ນຄົງ, ຄວາມສະຫງົບຂອງຊາດ, ຄວາມລັບຂອງພັກ-ລັດ, ວັດທະນະທຳອັນດີງາມຂອງຊາດ, ຄວາມສາມັກຄີຂອງ ປະຊາຊົນລາວບັນດາເຜົ່າ.

ການແຈ້ງການ ແລະ ກິດຈະກໍາການເຄື່ອນໄຫວຕ່າງໆ

news-cover

ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I

  ຂປລ. ພິທີເປີດຊຸດຮຽນ ທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານຫລັກແຫລ່ງ ແລະ ພະນັກງານສືບທອດ ອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດ​ຂຶ້ນໃນວັນທີ 13 ກໍລະກົດ 2023  ໂດຍການເຂົ້າຮ່ວມຂອງ  ສະຫາຍ ໂພສີ ແກ້ວ ມະນີວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ, ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສໍາມະນາກອນ 40 ສະຫາຍ, ຍິງ 21 ສະຫາຍ ​ເຂົ້າ​ຮ່ວມ.

  ຈຸດປະສົງ ຂອງການຈັດຕັ້ງບໍາລຸງ ທິດສະດີການເມືອງຄັ້ງນີ້, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍ ຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ຜູ້ເຂົ້າຮ່ວມມີແນວຄິດ ທັດສະນະຫລັກໝັ້ນ ຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄື ພາລະກິດ ປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງ ໃນທຸກວຽກງານ ທີ່ຕົນຮັບຜິດຊອບ, ສ້າງພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີລະດັບຄວາມສາມາດ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງ ນະໂຍບາຍ ຂອງພັກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ ແນໃສ່ເຮັດໃຫ້ ພະນັກງານ-ລັດຖະກອນ ມີຄວາມຮູ້ສົມຄູ່ທາງດ້ານທິດສະດີ ແລະ ພຶດຕິກຳ, ນຳໃຊ້ຄວາມຮູ້ດັ່ງກ່າວ ເຂົ້າໃນວຽກງານ ຂອງ ຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.

  ຊຸດຮຽນທິດສະດີ ການເມືອງຂັ້ນຕົ້ນຄັ້ງນີ້, ຈະດຳເນີນໄປຮອດວັນທີ 12 ຕຸລາ 2023 ​ໂດຍຜູ້ເຂົ້າຮ່ວມຈະໄດ້ ຄົ້ນຄວ້າຮໍ່າຮຽນ 7 ກຸ່ມວິຊາ ແລະ ຂຽນບົດທົບທວນຈົບຂັ້ນ ລວມທັງໝົດ 55 ບົດ, 420 ຊົ່ວໂມງ, ປະກອບມີ ກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ພື້ນຖານການ ຄຸ້ມຄອງບໍລິຫານລັດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ. ນອກຈາກ, ນີ້ສໍາມະນາກອນຍັງຈະໄດ້ໄປທັດສະນະສຶກສາພາຍໃນ ນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ເຄື່ອນໄຫວກິດຈະກຳຕ່າງໆ ຕື່ມອີກ.

  ສະຫາຍ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ຍ້ອນຄວາມເຊື່ອໝັ້ນ ແລະ ມຸ່ງຫວັງຢາກຊຸກຍູ້ສົ່ງເສີມ ໃຫ້ບັນດາສະຫາຍ ກາຍເປັນພະນັກງານ ຫົວຈັກຫລັກແຫລ່ງ, ສືບທອດປ່ຽນແທນ, ຊີ້ນໍາບັນຊາໃນຂະແໜງ ການວຽກງານຕ່າງໆ ຢູ່ໃນກົມ, ກອງ ທີ່ຕົນສັງກັດຢູ່. ສະນັ້ນ, ການຈັດຕັ້ງຈຶ່ງໄດ້ຄັດຈ້ອນເລືອກເຟັ້ນ ເອົາພວກສະຫາຍ ເຂົ້າຮ່ວມ ໃນຊຸດຮຽນຄັ້ງນີ້ ເຊິ່ງມັນໄດ້ ເປັນຂີດໝາຍ ຢັ້ງຢືນໃຫ້ເຫັນວ່າ ພັກ-ລັດ ແລະ ການຈັດຕັ້ງພ້ອມແລ້ວ ທີ່ຈະປະກອບຄວາມຮູ້ ແລະ ຄວາມພ້ອມທາງດ້ານທິດສະດີ ການເມືອງ-ແນວຄິດ ໃຫ້ແກ່ພວກ ສະຫາຍ ເພື່ອຈະໄດ້ເກັບກຳບົດຮຽນໄປໝູນໃຊ້ໃຫ້ຖືກຕ້ອງເຂົ້າໃນ ການປະຕິບັດໜ້າທີ່ ການເມືອງຂອງຕົນ ໄດ້ເປັນຢ່າງດີໃນອະນາຄົດ, ໃຫ້ມີຜົນປະໂຫຍດ ຕໍ່ການຈັດຕັ້ງ ຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ. ພ້ອມນີ້ ສະຫາຍ​ຍັງ ​ໄດ້ຮຽກຮ້ອງ ແລະ ແນະນຳ ໃຫ້ ສຳມະນາກອນ ຈົ່ງຕັ້ງອົກຕັ້ງໃຈ ເຂົ້າຮ່ວມການຮຽນຊຸດນີ້ ຢ່າງເປັນປົກກະຕິ ເພື່ອຕິດຕາມ ເກັບກໍາເອົາບົດຮຽນ, ຄວາມຮູ້ ແລະ ພຶດຕິກໍາຕົວຈິງຈາກຄູ-ອາຈານ ທີ່ຖ່າຍທອດໃຫ້ຢ່າງເຕັມ ເມັດເຕັມໜ່ວຍ, ເປັນລະບົບຕໍ່ເນື່ອງ ເລິກເຊິ່ງເຖິງຖອງ ເພື່ອເປັນພື້ນຖານ ຄວາມຮູ້ໃຫ້ແກ່ຕົນເອງ ໃນການນໍາໃຊ້ເຂົ້າໃນ ວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.

news-cover

ຖວທ ສະເໜີປັບປຸງ ຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ ເພື່ອໃຫ້ ສສຊ ພິຈາລະນາຮັບຮອງ

    ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ)  ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍ ວັນທີ 14 ກໍລະກົດນີ້, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ສະນັ້ນ, ຖ້າຫາກຮ່າງກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດນຳໃຊ້ ຈະເປັນເຄື່ອງມື ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານການພິມຈຳໜ່າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ທັງເປັນການເສີມຂະຫຍາຍບົດບາດວຽກງານການພິມຈຳໜ່າຍ ໃນການຮັບໃຊ້ສັງຄົມໃຫ້ມີຄວາມພົ້ນເດັ່ນຂຶ້ນເທື່ອລະກ້າວ ແລະ ຕອບສະໜອງທັນກັບສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ.

    ທ່ານ ວັນສີ ກົວມົວ ກ່າວວ່າ:  ໂຄງປະກອບຂອງ ກົດໝາຍວ່າດ້ວຍການພິມຈຳໜ່າຍ ສະບັບທີ່ນຳໃຊ້ປັດຈຸບັນ ມີ IX ພາກ, 8 ໝວດ 72 ມາດຕາ. ສໍາລັບໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ປະກອບມີ X ພາກ,  8 ໝວດ, 74 ມາດຕາ. ໂດຍອີງໃສ່ຂະບວນວິວັດ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຊິກປະຊາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ເຂົ້າເປັນພາຄີ ຂອງສົນທິສັນຍາສາກົນ 1970 ວ່າດ້ວຍການເກືອດຫ້າມ, ສະກັດກັ້ນການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງດ້ານວັດທະນະທຳທີ່ຜິດກົດໝາຍ ແລະ ສົນທິສັນຍາສາກົນ 1995 ວ່າດ້ວຍຊັບສິນທາງດ້ານວັດທະນະທໍາທີ່ ຖືກລັກລອບ ຫຼື ສົ່ງອອກຜິດກົດໝາຍ ຊຶ່ງກວມເອົາຊັບສິນທາງປັນຍາ ທີ່ຈັດພິມເປັນປຶ້ມ ແລະ ສິ່ງພິມ. ໃນນັ້ນ, ອີງໃສ່ການຖອດຖອນບົດຮຽນໃນການຄຸ້ມຄອງ, ການດຳເນີນທຸລະກິດ ຂົງເຂດການພິມ ແລະ ຈຳໜ່າຍໃນໄລຍຜ່ານມາ, ເຖິງເວລາແລ້ວ ກົດ          ໝາຍວ່າດ້ວຍການພິມຈຳໜ່າຍ ຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນຂອງຍຸກສະໄໝ, ຖືກຕ້ອງກັບເງື່ອນໄຂ ແລະ ການຈັດຕັ້ງປະຕິບັດຕົວຈິງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ. ເພື່ອໃຫ້ເນື້ອໃນກົດໝາຍມີຄວາມຮັດກຸມ ແລະ ຄົບຖ້ວນ. ເພື່ອສ້າງເງື່ອນໄຂ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການຮ່ວມມື ແລະ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ. 

    ທ່ານ ວັນສີ ກົວມົວ ກ່າວຕື່ມວ່າ: ເມື່ອກົດໝາຍວ່າດ້ວຍການພິມຈຳໜ່າຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຄາດຄະເນຜົນຈະໄດ້ຮັບຄື: ເປັນການປະຕິບັດມະຕິ 25/ກມສພ, ໃນຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍຂອງວຽກງານວັດທະນະທຳຊຸມປີຕໍ່ໜ້າ, ທັງເປັນການຊຸກຍູ້ ແລະ ເສີມຂະຫຍາຍບົດບາດວຽກງານການພິມຈຳໜ່າຍໃນການຮັບໃຊ້ສັງຄົມໃຫ້ພົ້ນເດັ່ນ, ມີບາດກ້າວຂະຫຍາຍຕົວເຂັ້ມແຂງ ແລະ              ໜັກແໜ້ນກວ່າເກົ່າ; ເຮັດໃຫ້ເນື້ອໃນກົດໝາຍມີຄວາມອຸດົມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດ ແລະ ຕອບສະໜອງທັນກັບສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ. ພ້ອມນັ້ນ, ຍັງຈະເປັນເຄື່ອງມື ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານການພິມຈຳໜ່າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງ ນຳໃຊ້ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ກວດກາວຽກງານການພິມຈຳໜ່າຍ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວຽກງານການພິມຈຳໜ່າຍໃຫ້ດີຂຶ້ນກວ່າເກົ່າ. ດັ່ງນັ້ນ, ສະເໜີບັນດາສະມາຊິກສະພາແຫ່ງຊາດ ປະກອບຄໍາຄິດຄໍາເຫັນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ, ພ້ອມພິຈາລະນາຮັບຮອງເອົາຮ່າງກົດໝາຍດັ່ງກ່າວ. 

news-cover

ຂປລ. ໃນວັນທີ 24 ກໍລະກົດ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ມາຕິເນີ ເທີເຣີ (MS. MARTINE THERER)

     ຂປລ. ໃນວັນທີ 24 ກໍລະກົດ  2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ)  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ  ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ (United Nations Development Programme ຫລື UNDP) ປະຈໍາ ສປປ ລາວ ຄົນໃໝ່.
    ໂອກາດນີ້,  ທ່ານ ນາງ   ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ສາຍພົວພັນ, ການຮ່ວມມື ແລະ ສະໜັບສະໜູນຊ່ວຍຂອງອົງການ UNDP ຢູ່ ສປປ ລາວ ໃນໄລຍະຜ່ານມາ ​ໂດຍສະເພາະ ກະຊວງ ຖວທ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ເປັນຕົ້ນ ໄດ້ສ້າງສະຖານີວິທະຍຸຊຸມຊົນ, ປັບປຸງສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ອື່ນໆ. ພ້ອມນີ້, ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ.
    ໃນໂອກາດດຽວກັນ, ທ່ານ ນາງ ມາຕິເນີ ເທີເຣີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ມາ​ຍັງທ່ານລັດ ຖະມົນຕີ ທີ່ໃຫ້ການຕ້ອນຮັບອົບອຸ່ນໃນຄັ້ງນີ້,  ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸບັນດາບຸລິມະສິດ ດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ຂ່າວ: ກິດຕາ

ພາບ: ຂັນໄຊ



ສູນຊ່ວຍເຫຼືອ

ຂໍ້ມູນຕິດຕໍ່ສື່ສັງຄົມອອນລາຍ